ການບໍລິຈາກ ແລະ ການສະໜັບສະໜູນ

ການບໍລິຈາກໃຫ້ກັບ FreeCAD

ຂອບໃຈທີ່ທ່ານສົນໃຈຊ່ວຍເຫຼືອໂຄງການ FreeCAD ດ້ວຍການບໍລິຈາກ.

FreeCAD ແມ່ນໂຄງການທີ່ເຕີບໂຕຢ່າງໄວວາ, ພັດທະນາໂດຍ ຊຸມຊົນນັກພັດທະນາ ແລະ ຜູ້ໃຊ້ທີ່ເຮັດວຽກແບບສະໝັກໃຈເປັນຫຼັກ, ໂດຍມີແຮງຈູງໃຈຈາກຄວາມຕ້ອງການທີ່ຈະສ້າງເຄື່ອງມືສ້າງແບບຈຳລອງ 3D ພາຣາເມຕຣິກທີ່ດີ ແລະ ຟຣີ. ການພັດທະນາ FreeCAD ເກີດຂຶ້ນໄດ້ ຍ້ອນພະລັງຂອງຄົນເຫຼົ່ານີ້ ໂດຍບໍ່ໄດ້ຄຳນຶງເຖິງເລື່ອງເງິນເປັນຫຼັກ.

ຢ່າງໃດກໍຕາມ, ເງິນສາມາດຊ່ວຍໃຫ້ໂຄງການບັນລຸເປົ້າໝາຍ ອື່ນໆອີກຫຼາຍຢ່າງ. ມັນສາມາດຊ່ວຍໃຫ້ນັກພັດທະນາບາງຄົນເຮັດວຽກໄດ້ຫຼາຍຂຶ້ນ ຫຼື ເຮັດແບບເປັນປະຈຳຫຼາຍຂຶ້ນ, ໂດຍການຈ່າຍຄ່າຕອບແທນສຳລັບເວລາຂອງພວກເຂົາ ເພື່ອໃຫ້ພວກເຂົາທຸ່ມເທໃຫ້ກັບ FreeCAD ໄດ້ຫຼາຍຂຶ້ນ, ຫຼື ມັນສາມາດຊ່ວຍ ໃຫ້ຊຸມຊົນສາມາດສົ່ງຄົນໄປຮ່ວມງານກ່ຽວກັບ CAD, ເພື່ອໃຫ້ພວກເຮົາສາມາດ ນຳສະເໜີ FreeCAD ແລະ ດຶງດູດຜູ້ໃຊ້ລະດັບມືອາຊີບ. ມັນຍັງຊ່ວຍໃນການ ຈັດກິດຈະກຳຕ່າງໆເພື່ອໃຫ້ສະມາຊິກຊຸມຊົນໄດ້ພົບປະກັນ, ຈ່າຍຄ່າ ພື້ນທີ່ເຊີບເວີ ແລະ ບໍລິການເວັບ, ແລະ ສິ່ງອື່ນໆອີກຫຼາຍຢ່າງ.

ແຕ່ຈົ່ງຈື່ໄວ້ວ່າ: FreeCAD ແມ່ນຟຣີ, ແລະ ຈະເປັນຂອງຟຣີ ຕະຫຼອດໄປ. ທ່ານບໍ່ຈຳເປັນ, ແລະ ຈະບໍ່ຖືກບັງຄັບໃຫ້ບໍລິຈາກໃດໆ ເພື່ອທີ່ຈະໃຊ້ FreeCAD, ຫຼື ເພື່ອປັບແຕ່ງ ຫຼື ແຈກຢາຍມັນ. ການ ບໍລິຈາກຂອງທ່ານແມ່ນເປັນສິ່ງທີ່ດີ ແລະ ຊ່ວຍໄດ້ຫຼາຍ, ແຕ່ທ່ານຈະບໍ່ມີມື້ ຖືກຮຽກເກັບເງິນເພື່ອເຂົ້າເຖິງຄຸນສົມບັດໃດໆຂອງ FreeCAD ເລີຍ.

♥ ບໍລິຈາກ
Grant Image