ອິດສະຫຼະໃນການສ້າງສິ່ງທີ່ທ່ານຕ້ອງການ
FreeCAD ແມ່ນເຄື່ອງມືສ້າງແບບຈຳລອງ 3D ພາຣາເມຕຣິກແບບໂອເພນຊອດ ທີ່ຖືກສ້າງມາເພື່ອ ອອກແບບວັດຖຸໃນຊີວິດຈິງໃນທຸກຂະໜາດ. ການສ້າງແບບຈຳລອງແບບພາຣາເມຕຣິກ ຊ່ວຍໃຫ້ ທ່ານສາມາດປັບປ່ຽນການອອກແບບໄດ້ງ່າຍໆ ໂດຍການຍ້ອນກັບໄປເບິ່ງປະຫວັດແບບຈຳລອງ ແລະ ປ່ຽນແປງພາຣາເມຕຣິກຂອງມັນ.
ສ້າງ 3D ຈາກ 2D ແລະ ຍ້ອນກັບ
FreeCAD ຊ່ວຍໃຫ້ທ່ານສາມາດແຕ້ມຮູບຮ່າງ 2D ທີ່ມີການຜູກມັດທາງເລຂາຄະນິດ ແລະ ນຳໃຊ້ ພວກມັນເປັນພື້ນຖານເພື່ອສ້າງວັດຖຸອື່ນໆ. ມັນມີອົງປະກອບຫຼາຍຢ່າງ ໃນການປັບຂະໜາດ ຫຼື ດຶງລາຍລະອຽດການອອກແບບຈາກແບບຈຳລອງ 3D ເພື່ອ ສ້າງແບບແຕ້ມທີ່ມີຄຸນນະພາບສູງ ພ້ອມສຳລັບການຜະລິດ.
ສຳລັບຄວາມຕ້ອງການການອອກແບບລະດັບມືອາຊີບ...
FreeCAD is a powerful and evolving open-source parametric 3D modeler, well-suited for many professional and technical tasks. Each new release marks a milestone in stability and usability. FreeCAD puts you in control - no licensing fees, no vendor lock-in. It's not just cost-effective - it’s yours to adapt and build upon.
...ແລະ ສຳລັບທຸກໆຢ່າງອື່ນໆ
ບໍ່ວ່າທ່ານຈະກຳລັງສ້າງຕົວແບບ, ພິມ 3D, ອອກແບບເຄື່ອງເຮືອນ ຫຼື ຮຽນຮູ້ CAD, FreeCAD ມີເຄື່ອງມືເພື່ອສະໜັບສະໜູນຄວາມຄິດສ້າງສັນຂອງທ່ານ. ດ້ວຍຊຸມຊົນທີ່ເຂັ້ມແຂງ, ເອກະສານທີ່ຄົບຖ້ວນ ແລະ ລະບົບນິເວດຂອງສ່ວນເສີມທີ່ເຕີບໃຫຍ່, ມັນເປັນບ່ອນທີ່ດີໃນການເລີ່ມຕົ້ນ ແລະ ຮຽນຮູ້. ບໍ່ຕ້ອງລົງທະບຽນ, ບໍ່ມີການຈ່າຍເງິນກ່ອນໃຊ້, ບໍ່ມີຂໍ້ຈຳກັດ. ພຽງແຕ່ອິດສະຫຼະພາບຂອງໂອເພນຊອດຢູ່ປາຍນິ້ວມືຂອງທ່ານ.
ເຂົ້າເຖິງງ່າຍ, ຢືດຢຸ່ນ ແລະ ຮ່ວມມືກັນໄດ້
FreeCAD ເປັນຊອບແວທີ່ໃຊ້ໄດ້ຫຼາຍລະບົບ (Windows, Mac ແລະ Linux), ສາມາດ ປັບແຕ່ງ ແລະ ຕໍ່ເຕີມໄດ້ສູງ. ມັນສາມາດອ່ານ ແລະ ຂຽນໄຟລ໌ໄດ້ຫຼາກຫຼາຍ ຮູບແບບ ເຊັ່ນ STEP, IGES, STL, SVG, DXF, OBJ, IFC, DAE ແລະ ອື່ນໆອີກຫຼາຍຢ່າງ, ເຮັດໃຫ້ສາມາດເຊື່ອມຕໍ່ເຂົ້າກັບ ຂັ້ນຕອນການເຮັດວຽກຂອງທ່ານໄດ້ຢ່າງບໍ່ມີສະດຸດ.
ອອກແບບມາເພື່ອຄວາມຕ້ອງການຂອງທ່ານ
FreeCAD ຖືກອອກແບບມາເພື່ອໃຫ້ເໝາະສົມກັບການນຳໃຊ້ທີ່ຫຼາກຫຼາຍ ລວມທັງການອອກແບບ ຜະລິດຕະພັນ, ວິສະວະກຳກົນຈັກ ແລະ ສະຖາປັດຕະຍະກຳ. ບໍ່ວ່າທ່ານຈະເປັນ ນັກປະດິດສະໝັກຫຼິ້ນ, ນັກຂຽນໂປຣແກຣມ, ຜູ້ໃຊ້ CAD ທີ່ມີປະສົບການ, ນັກຮຽນ ຫຼື ຄູສອນ, ທ່ານຈະຮູ້ສຶກຄຸ້ນເຄີຍກັບ FreeCAD ໄດ້ເປັນຢ່າງດີ.
ແລະ ຄຸນສົມບັດທີ່ດີຢ້ຽມອື່ນໆອີກຫຼາຍຢ່າງ
FreeCAD ກຽມເຄື່ອງມືທີ່ຖືກຕ້ອງໃຫ້ກັບຄວາມຕ້ອງການຂອງທ່ານ. ທ່ານຈະໄດ້ຮັບ ເຄື່ອງມືການວິເຄາະໄຟໄນເອເລເມນ (FEA) ທີ່ທັນສະໄໝ, CFD ທີ່ກຳລັງທົດລອງ, BIM ສະເພາະ, ຊຸດເຄື່ອງມື Geodata ຫຼື CAM/CNC, ໂມດູນການຈຳລອງຫຸ່ນຍົນທີ່ ຊ່ວຍໃຫ້ທ່ານສຶກສາການເຄື່ອນໄຫວຂອງຫຸ່ນຍົນ ແລະ ອື່ນໆອີກຫຼາຍຢ່າງ. FreeCAD ເປັນປຽບດັ່ງມີດພັບສະວິດ (Swiss Army knife) ຂອງຊຸດເຄື່ອງມື ວິສະວະກຳອະເນກປະສົງ.
ຮຽນຮູ້ເພີ່ມເຕີມ
ຕ້ອງການມີສ່ວນຮ່ວມກັບ FreeCAD ບໍ່?
FreeCAD ແມ່ນໂຄງການໂອເພນຊອດຢ່າງແທ້ຈິງ ແລະ ຫາກທ່ານຕ້ອງການຊ່ວຍ ແກ້ໄຂບັກ, ສ້າງຄຸນສົມບັດໃໝ່ໆ ຫຼື ເຮັດວຽກກ່ຽວກັບເອກະສານ, ພວກເຮົາຂໍເຊີນທ່ານເຂົ້າຮ່ວມກັບພວກເຮົາ ແລະ ສ້າງຊອບແວທີ່ເປັນປະໂຫຍດ ຕໍ່ຊຸມຊົນທັງໝົດ.
ເຂົ້າຮ່ວມກັບພວກເຮົາ